🔥 ໂຣມາໂນ: here we go! ແມນເຊສເຕີ ຢູໄນເຕັດ ປ່ອຍ ໂອນານ່າ ກັບຄືນໄປ ສະເປີ(Trabzonspor) ອີກຄັ້ງຫນຶ່ງ.

ຟາບຣີຊີໂອ ໂຣມາໂນ ຢືນຢັນວ່າ ອັນເດຣ ໂອນານ່າ ກຳລັງຈະຍ້າຍຈາກ ແມນເຊສເຕີ ຢູໄນເຕັດ ກັບຄືນໄປຫຼິ້ນໃຫ້ກັບ ທຣາບຊອນສະເປີ ດ້ວຍສັນຍາຢືມຕົວອີກຄັ້ງ ຫຼັງຈາກທັງສອງສະໂມສອນບັນລຸຂໍ້ຕົກລົງດ້ວຍວາຈາເປັນທີ່ຮຽບຮ້ອຍເເລ້ວ ໂອນານາ ຫາກໍ່ກັບມາແມນເຊສເຕີ ຢູໄນເຕັດ ຫຼັງຈາກຫມົດສັນຍາການຢືມຕົວກັບ ສະເປີ, ເຊິ່ງລາວມີບົດບາດສຳຄັນໃນການຊ່ວຍໃຫ້ທີມຊະນະ ຄວ້າເເຊ້ມ Turkish Cup ໃນລະດູການທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ຜູ້ຮັກສາປະຕູອາຍຸ 30 ປີບໍ່ໄດ້ຢູ່ໃນແຜນການຂອງ Michael Carrick ສຳລັບລະດູການໃໝ່. ກ່ອນໜ້ານີ້ Manchester United ຢາກຂາຍລາວຢ່າງຖາວອນ, ແຕ່ຍັງບໍ່ມີສະໂມສອນໃດຍື່ນຂໍ້ສະເໜີ. ລ່າສຸດ, ໂຣມາໂນ ໄດ້ຢືນຢັນຜ່ານແພລດຟອມ X, ໂດຍໃຊ້ປະໂຫຍກລາຍເຊັນຂອງລາວວ່າ: “André Onana ກຳລັງຍ້າຍໄປ ສະເປີ (Trabzonspor)… Here we go!” ພ້ອມລະບຸໄວ້ເພີ່ມເຕີມວ່າ : “ ໄດ້ມີການຕົກລົງດ້ວຍວາຈາກ່ຽວກັບສັນຍາຢືມຕົວໃໝ່, ຍ້ອນວ່າ ໂອນານ່າ ບໍ່ໄດ້ຢູ່ໃນແຜນການຂອງ ເເມນຢູ(Manchester […]

ແມນຊິຕີ້ ທຸ້ມເງິນເກືອບ 5 ພັນລ້ານປິດດິລ! ແມນຢູ ວາງແຜນປ່ອຍ ອິກາເຕ້ ສ່ວນຄິງ ຄາຊູ ຍັງບໍ່ຍົກເລີກສັນຍາ

ຕະຫລາດນັກເຕະໃນ ພຣີມ້ຽມລີກ ເດືອດຕໍ່ເນື່ອງ! ແມນຊິຕີ້  ປິດດິລ ເອລເລີຍຕ ແອນເດອຣ໌ສັນ ເປັນທີ່ຮຽບຮ້ອຍເເລ້ວ, ສ່ວນແມນຢູ ຕຽມຫາຕົວເເທນ ອູກາເຕ້ ຫາກຍ້າຍທີມ, ແລະໃນຂະນະທີ່ “ ຄິງ ຄາຊູ” ສ້າງຕຳຕໍ່ດ້ວຍການຂະຫຍາຍສັນຍາຄ້າເເຂງໃນໄວອາຍຸ 59ປີ ແມນຊິຕີ້ ບັນລຸຂໍ້ຕົກລົງຄວ້າໂຕ ເອລເລຍ ແອນເດີຣ໌ສັນ ຈາກ ຟຣໍເຣສຕ໌ ເປັນທີ່ຮຽບຮ້ອຍແລ້ວ ໂດຍຄ່າໂຕປະມານ 116 ລ້ານປອນ (ປະມານ3,391,840,000,000ຕື້ກີບ) ແລະຈະກວດຮ່າງກາຍຢູ່ ສາຫາລັດອາເມລິກາ ທຸກໆອາທິດ. ໃນຂະນະທີ່ ອາເຊ່ນອລ ຈັດການຊື້ຂາດ ປິເອໂຣ່ ອິນກາປິເອ້ ຈາດ ເລເວີຣ໌ຄູເຊ່ນ ຫລັງໄດ້ມີເຮັດຜົນງານດີສຸດຍອດໃນຊ່ວງຢືມໂຕ ເມື່ອ ລະດູການທີ່ຜ່ານມາ.  ສ່ວນດ້ານ  ຄາຊູໂຍຊິ ມິອຸຣະ ລາວກະສຽນບໍ່ຍອມລາວຕັດສິນໃຈຂະຫຍາຍສັນຍາຢືມໂຕກັບ ຟຸກຸຊິມະ ຢູ່ໄນເຕັດ 1 ລະດູການ ທັ່ງທີຕອນນີ້ລາວຄວນກະສຽນ ເພາະລາວມີອາຍຸ 59 ປີແລ້ວ ອັນເດຣ […]

ທີມຊາດແຄັບເວີດ ນ້ອງໃຫມ່ ສ້າງປະຫວັດ ເຂົ້າຮອບ 32 ທີມສຸດທ້າຍ ບານໂລກ 2026ພົບກັບ ເເຊ້ມເກົ່າ ທີມຊາດອາເຈນຕິນ້າ⚽️

ທີມຊາດແຄັບເວີດ ນ້ອງໃຫມ່ ສ້າງປະຫວັດ ເຂົ້າຮອບ 32 ທີມສຸດທ້າຍ ບານໂລກ 2026 ເຈິກັບເເຊ້ມເກົ່າ ທີມຊາດອາເຈນຕິນ້າ ນັດສຸດທ້າຍ ກຸ່ມ H ທີມຊາດແຄັບເວີດ ອັນດັບ 67 ຂອງໂລກ ສະເໝີກັບ ທີມຊາດຊາອຸດິອາຣາເບຍ ອັນດັບ 61 ຂອງໂລກ 0-0, ສົ່ງຜົນໃຫ້ ທີມຊາດແຄັບເວີດ ມີ 3 ຄະແນນ ຈາກການສະເໝີທັງ 3 ນັດ ສອງນັດກ່ອນນີ້ ສະເໝີ ທີມຊາດສະເປນ ອັນດັບ 2 ຂອງໂລກ ແຊ້ມໂລກ 2010  0-0, ສະເໝີ  ທີມຊາດອຸຣູໄກວ ອັນດັບ ຂອງໂລກ 16 ອະດີດແຊ້ມໂລກ 2 ສະໄໝ 2-2, ສ້າງປະຫວັດສາດຕໍ່ເນື່ອງ ເຂົ້າຮອບ 32 ທີມສຸດທ້າຍ ບານໂລກ 2026. […]

ຕາຕະລາງ ບານໂລກ 2026 🏆 ນັດທີ 3 ກຸ່ມ J-L ວັນທີ 28 ມິຖຸນາ 6 ຄູ່

ກຸ່ມ L:  ທີມຊາດປານາມາ  ພົບກັບ  ທີມຊາອັງກິດ  ເວລາ 4:00 ໂມງ              ທີມຊາດໂຄອາເຊຍ  ພົບກັບ   ທີມຊາການ້າ ເວລາ 4:00 ໂມງ ກຸ່ມ K:  ທີມຊາດໂຄລົມເບຍ  ພົບກັບ  ທີມຊາດໂປຕູເກດ  ເວລາ 6:30 ໂມງ             ທີມຊາດກົງໂກ ດີອາຣ  ພົບກັບ  ທີມຊາດອຸສເບກິສຖານ  ເວລາ 6:30 ໂມງ ກຸ່ມ J:  ທີມຊາດເອວຈິເຣຍ  ພົບກັບ  ທີມຊາດອັອດເຕຣຍ  ເວລາ 9:00 ໂມງ             […]

🇯🇵 ນາກາໂຕໂມະ ສ້າງປະຫວັດສາດ ເປັນນັກເຕະບານຈາກທະວີບອາຊີຄົນທຳອິດ ໄດ້ລົງຫລິ້ນໃນບານໂລກຮອບສຸດທ້າຍ 5 ຄັ້ງຕິດຕໍ່ກັນ !

ຢູໂກະ ນາກາໂຕໂມະ ແບັກຊ້າຍ ໄວ 39 ປີ ອະດີດນັກເຕະຂອງສະໂມສອນ ອິນເຕີ ມິລານ, ກາຣາຕາຊາຣາຍ ແລະ ໂອລິມປິກ ມາກເຊີຍ ໄດ້ລົງສະໜາມໃນຖະນາຕົວສຳຮອງ ຊ່ວຍ 🇯🇵 ທີມຊາດຍີ່ປຸ່ນ ສະເໝີກັບ 🇸🇪 ທີມຊາດສະວີເດັນ (ຊູແອັດ) 1-1 ນັດສຸດທ້າຍຂອງ ກຸ່ມ  F ກອດຄໍກັນເຂົ້າຮອບ 32 ທີມສຸດທ້າຍ ບານໂລກ 2026. ສຳລັບ ນາກາໂຕໂມະ ຮັບໃຊ້ກອງທັບຊາມູໄຣ ມາແຕ່ປີ 2008 ລົງຫລິ້ນ 145 ນັດ ຍິງ 4 ປະຕູ, ໄດ້ຮັບໃຊ້ທີມໃນບານໂລກຮອບສຸດທ້າຍ 5 ຄັ້ງຕິດຕໍ່ກັນ ປີ 2010-2026.

🌍ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ຢືນຢັນຈະເຂົ້າຮ່ວມພິທີມອບລາງວັນ ຮອບຊິງຊະນະເລີດ ບານໂລກ 2026 🏆

  ສະຫະພັນບານເຕະສາກົນ ຫລື ຟີຟ້າ ເປີດເຜີຍວ່າ:  ທ່ານ ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາເມຣິກາ ໄວ 80 ປີ ໜຶ່ງໃນ 3 ການນຳ ປະເທດເຈົ້າພາບຮ່ວມ ບານໂລກ 2026 ຈະເຂົ້າຮ່ວມຊົມການແຂ່ງຂັນຮອບຊິງຊະນະເລີດ ແລະ ຮ່ວມພິທີມອບຂັນລາງວັນໃຫ້ແກ່ທີມແຊ້ມ ຢືນຢັນໂດຍ ທ່ານ ຈານນີ້ ອິນຟານຕິໂນ້ ປະທານຟີຟ້າ. ສຳລັບຮອບຊິງຊະນະເລີດ ຈະມີຂຶ້ນໃນເວລາ 3:00 ໂມງ ຂອງວັນທີ 19 ກໍລະກົດ ເວລາທ້ອງຖິ່ນຢູ່ລັດນິວເຈີຊີ້ ສະຫະລັດ ອາເມຣິກາ ຊຶ່ງກົງກັບເວລາປະເທດລາວ 2:00 ໂມງເຊົ້າຂອງວັນທີ 20 ກໍລະກົດ ໂດຍຈະຊິງຢູ່ສະໜາມ MetLife ທີ່ບັນຈຸຜູ້ຊົມໄດ້ 80,663 ຄົນ.

ຄູ່ເອກຊິງເເຊມໂລກໃນລາຍການ The Inner Circle 20

ONE ລະເບີດຄວາມມັນ ກັບສຶກໃຫຍ່ປະຈຳໄຕມາດ2 The Inner Circle 20 ທີ່ຈະຖ່າຍທອດສົດສະເພາະ ສະມາຊິກທາງ Live.ONEFC.com ຕັ້ງເເຕ່ເວລາ 18:30 – 20:30 ນ. ແລະ ສຶກລຸມພິນີ 160 ຖ່າຍທອດສົດໄປຍັງ 195 ປະເທດ ທົ່ວໂລກ ນັບຕັ້ງເເຕ່ ເວລາ 20:30-23:30ນ. ໂດຍຍົກທັບນັກສູ້ ຝີມືເກັ່ງມາດວນເດືອດທັງ 2 ລາຍການລວມທັ້ງຫມົດມີ 14 ຄູ່ ໃນວັນສຸກທີ່ 26 ມິຖຸນາ 2026 ທີ່ ສະຫນາມມວຍ ເວທີ ລຸມພະນີ(ລາມອິນທຣາ) ຄູ່ເອກຂອງລາຍການ The Inner Circle 20 ການໂຄຈອນມາພົບກັນຂອງສອງນັກຊົກອັນຕະລາຍຂອງລຸ້ນລະຫວ່າງ ‘’ ອັສຊາດູລານ໌ ອິມານກາຊາລິເອຟ” ຈອມບູ້ໄວ 22 ປີ ຈາກລັດເຊຍ ດວນເດືອດກັບ “ອັສລາມຈອນ ອອຮ໌ຕິຄອຟ” […]

🔥ວິນີຊີອຸສ ຈູເນ່ຍ ຍິງສອງປະຕູ ຊ່ວຍ ທີມຊາດ ບຣາຊິລ ທີມຊາດ ບຣາຊິລ ຊະນະ ທີມຊາດສະກັອດແລນ 3-0 ຄວ້າອັນດັບ 1 ຂອງກຸ່ມ C ເຂົ້າຮອບ 32 ທີມສຸດທ້າຍ❗️ບານໂລກ 2026

ກອງທັບ ແຊມບ້າ ທີມຊາດບຣາຊິລ ແຊ້ມໂລກຫລາຍສຸດ 5 ສະໄໝ ໄລ່ຕ້ອນເອົາຊະນະ ທີມຊາດສະກັອດແລນ ເຖິງ 3-0  ວິນີຊີອຸສ ຈູເນ່ຍ ປີກຈາກ ຣຽວ ມາດຣິດ 2 ປະຕູ ນາທີ 7′, 45+3′ ( ເຊິ່ງເກືອບຈະເປັນ ເເຮດທຣິກ) ແລະ ມາຕີອຸສ ກຸນຢ້າ ກອງໜ້າຈາກ ແມນຢູ ຍິງ 1 ປະຕູ ນາທີ 60′, ໄຊຊະນະນັດນີ້ ເຮັດໃຫ້ ບຣາຊິລ ກາຍເປັນທີມທີ່ຍິງປະຕູຫລາຍສຸດໃນບານໂລກຮອບສຸດທ້າຍ ລວມ 244 ປະຕູ. ວິນິຊີອຸສ ຍັງຄົງເສີມສ້າງຕຳເເຫນ່ງຂອງເຂົາໃຫ້ເເຂ່ງເເຮງຂຶ້ນໄປເລື້ອຍໆ ໂດຍຢືນຄຽງຂາງກັບ ລີໂອເນລ ເມສຊີ, ຄີລຽນ ເອັມບັປເປ້, ເອອຣ໌ລິງ ຮາແລນ໌ ແລະ ຄຣິສເຕຼຍໂນ ໂຣນັລໂດ້ ໃນຖານະຫນຶ່ງໃນດາວເດັ່ນທີ່ສຸດຂອງລີກ  ເນື່ອງຈາກການບາດເຈັບແລະການຂາດເເຄນນັກເຕະລະດັບໂລກຄືກັນກັບສະໄຫມກ່ອນໆ ເຮັດໃຫ້ທີມຊາດບຣາຊິລ […]