
ລາວໄດ້ໂບກມືອຳລາແຟນໆທີ່ຍັງເຊື່ອໝັ້ນໃນຕົວລາວ ແລະ ຮ້ອງຊື່ຂອງລາວຢູ່ໃນສະໜາມກິລາ, ວາງມືຂອງລາວໄວ້ເທິງໜ້າເອິກຊ້າຍເພື່ອສະແດງຄວາມຂອບໃຈຈາກໃຈ, ແລະ ກົ້ມຫົວໂຄ້ງຄຳນັບປິດທ້າຍເພື່ອເປັນການຂໍໂທດທີ່ເຮັດໄດ້ບໍ່ດີພໍ.
ລາກ່ອນ, ຂອບໃຈ, ແລະ ຂໍໂທດ.
ພວກເຮົາຈະພົບກັນອີກໃນມື້ໜຶ່ງ.
ມື້ໜຶ່ງພວກເຮົາຈະດີຂຶ້ນກວ່າເກົ່າ.



“ພວກເຮົາຕ້ອງສືບຕໍ່ເຮັດວຽກເພື່ອບັນລຸເປົ້າໝາຍນັ້ນ, ຊຶ່ງເປັນສິ່ງທີ່ພວກເຮົາເຮັດມາຕະຫຼອດ.”
“ຂ້ອຍບໍ່ຄິດວ່າປະຫວັດສາດຈະດີຕໍ່ພວກເຮົາ, ແຕ່ຖ້າພວກເຮົາສາມາດຜ່ານຜ່າມື້ນີ້ໄປໄດ້, ບາງທີພວກເຮົາອາດຈະເຫັນມື້ທີ່ປະຫວັດສາດປ່ຽນແປງ.”
“ຕອນນີ້ຊ່ອງຫວ່າງລະຫວ່າງພວກເຮົາແລະພວກເຂົາກຳລັງແຄບລົງ. ບຣາຊິນເປັນທີມລະດັບເເນວຫນ້າຂອງໂລກ, ແລະພວກເຮົາກຳລັງເຂົ້າໃກ້ລະດັບນັ້ນຢ່າງແນ່ນອນ.”
“ການທີ່ຈະຄວ້າແຊ້ມແມ່ນຄວາມຝັນແລະເປົ້າໝາຍຂອງພວກເຮົາ, ແຕ່ພວກເຮົາບໍ່ສາມາດເຮັດໃຫ້ມັນສຳເລັດໄດ້ເທື່ອ. ໃນຖານະຫົວໜ້າຄູຝຶກ, ຂ້ອຍໄດ້ບອກກັບນັກເຕະວ່າຂ້ອຍເສຍໃຈຫລາບທີ່ຂ້ອຍບໍ່ດີພໍທີ່ຈະພາພວກເຂົາໄປສູ່ລະດັບນັ້ນແລະບັນລຸເປົ້າໝາຍນັ້ນ.”
“ຂ້ອຍຢາກຂອບໃຈນັກເຕະທຸກຄົນທີ່ບໍ່ເຄີຍຍອມແພ້, ບໍ່ວ່າສະຖານະການຈະຍາກລຳບາກປານໃດກໍຕາມ.”
“ພວກເຂົາເປັນແຮງບັນດານໃຈໃຫ້ຂ້ອຍກ້າທີ່ຈະປະເຊີນກັບສິ່ງທ້າທາຍໃນຊີວິດ.”
🎙 Hajime Moriyasu, ຫົວໜ້າຄູຝຶກຂອງທີມຊາດຍີ່ປຸ່, ກ່າວຫຼັງຈາກຄວາມພ່າຍແພ້. ບຣາຊິວ 🇧🇷 ເສຍໃຫ້ 1-2 ໃນຮອບ 32 ທີມສຸດທ້າຍ ຂອງການແຂ່ງຂັນເຕະບານໂລກ 2026™.🇯🇵 ສະຖິຕິການແຂ່ງຂັນເຕະບານໂລກຂອງຍີ່ປຸ່ນນັບຕັ້ງແຕ່ປີ 1998:
❌ 1998 — ຕົກຮອບແບ່ງກຸ່ມ
❌ 2002 — ຕົກຮອບ 16 ທີມສຸດທ້າຍ, ເສຍໃຫ້ຕຸລະກີ 🇹🇷
❌ 2006 — ຕົກຮອບແບ່ງກຸ່ມ
❌ 2010 — ຕົກຮອບ 16 ທີມສຸດທ້າຍ, ເສຍໃຫ້ປາຣາກວາຍ 🇵🇾
❌ 2014 — ຕົກຮອບແບ່ງກຸ່ມ
❌ 2018 — ຕົກຮອບ 16 ທີມສຸດທ້າຍ, ເສຍໃຫ້ເບວຢຽມ 🇧🇪
❌ 2022 — ຕົກຮອບ 16 ທີມສຸດທ້າຍ, ເສຍໃຫ້ໂຄຣເອເຊຍ 🇭🇷
❌ 2026 — ຕົກຮອບ 32 ທີມສຸດທ້າຍ, ເສຍໃຫ້ບຣາຊິວ 🇧🇷
ພວກເຂົາຍັງບໍ່ສາມາດຜ່ານເຂົ້າຮອບ 16 ທີມສຸດທ້າຍໃນເຕະບານໂລກ2026








