ອິສມາເເອລ ໂຄເນ່ ນັກກິລາທີ່ໂຊກຮ້າຍ ຂາຫັກ❗️ຈົນໄດ້ຖອນໂຕຈາກ ບານໂລກ 2026 ຫລັງຜ່າຕັດສຳເລັດ

🇨🇦 ອິດສະເມວ ໂຄເນ່ ກອງກາງຕົວຫລັກຂອງທີມ ບາດເຈັບໜັກ ຂາຊ້າຍຫັກ ໃນຮອບແບ່ງກຸ່ມທີ່ ແຄນນາດາ ເປີດບ້ານຖະຫຼົ່ມ ກາຕ້າ 6-0 ຫລັງຖືກ 🇶🇦 ອັສຊິມ ມາດິໂບ້ ກອງກາງພັນໂຫດ ຈາກກາຕ້າ ສະກັດຈົນຂາຫັກ ໃນນັດທີ່ສອງຂອງກຸ່ມ ທີ່ສະຫນາມ ບີຊີເພລສ ເມືອງເເວນຄູເວີ້ຣ໌ ໃນຕອນເຊົ້າວັນສຸກ  ເຫດການເກີດຂຶ້ນໃນເຄິ່ງຫຼັງ ເມື່ອ ໂຄເນ່ ຖືກ ອັສຊິມ ມາດິໂບ້ ກອງກາງ ກາຕ້າ ເຂົ້າສະກັດຫນັກຈາກດ້ານຫຼັງ ຈົນລົ້ມລົງໄປກອງກັບພື້ນ ທ່າມກາງຄວາມຕົກໃຈຂອງນັກເຕະທັງສອງທີມ ແລະໄດ້ສົ່ງສັນຍານ ເອີ້ນເເພດສະໜາມທັນທີ ກ່ອນທີ່ເຈົ້າໂຕ ຈະຖືກຫາມອອກຈາກສະໜາມດ້ວຍເປ  ຫລັງຈາກນັ້ນຜູ້ຕັດສິນໄດ້ກວດສອບເບິ່ງ ວີເອອາຣ໌ ອັສຊິມ ມາດິໂບ້ ໄດ້ໃບເເດງໂດຍກົງຈາກການຫຼິ່ນທີ່ອັນຕະລາຍສົ່ງຜົນໃຫ້ ກາຕ້າ ເຫຼືອຜູ້ຫຼິ້ນພຽງ 9 ຄົນ ເນື່ອງຈາກກ່ອນຫນ້ານີ້ ໂຮມັສ ອັລ ອາມິນ ຖືກໄລ່ອອກໄປແລ້ວ ໃນເຄິ່ງເກມທຳອິດ  ພາຍຫລັງເກມຈົບ ເຈສຊີ້ […]

ທີມຊາດອັງກິດ ເຈາະປະຕູ ທີມຊາດການ້າ ບໍ່ໄດ້ ຈົບດ້ວຍຜົນສະເໝີ 0-0 ນັດທີ 2 ຂອງ ກຸ່ມ L ບານໂລກ 2026 ເຜີຍໃຫ້ເຫັນຄວາມກັງວົນກ່ຽວກັບເສັ້ນທາງໃນບານໂລກຂອງອັງກິດ

ນັດນີ້  ອັງກິດ ຄອງບານເກືອບ 80% ສ້າງໂອກາດຍິງປະຕູຫລາຍກວ່າ 10 ຄັ້ງ ແຕ່ຂາດຄວາມຄົມ.  ການສະເໝີນັດນີ້ ເຮັດໃຫ້  ອັງກິດ ມີ 4 ຄະແນນ ຈາກ 2 ນັດ ເທົ່າກັບ  ການ້າ ແຕກຕ່າງພຽງປະຕູໄດ້ເສຍ ອັງກິດ ດີກວ່າໜຶ່ງໜ່ວຍ, ໂອກາດເຂົ້າຮອບຕໍ່ໄປຂອງທັງສອງທີມຍັງສົດໃສ ຂໍພຽງສະເໝີໃນນັດສຸດທ້າຍ.   ນັດສຸດທ້າຍຂອງກຸ່ມ ຈະແຂ່ງຂັນວັນທີ 28 ມິຖຸນາ ເວລາ 4:00  ປານາມາ ພົບກັບ  ອັງກິດ ແລະ  ໂຄອາເຊຍ ພົບກັບ  ການ້າ.  

⚽️ ດີດີເຢ່ ເດຊ໋ອງ ຄູຝຶກທີມຊາດຝຣັ່ງ 🇫🇷 ຂໍກັບບ້ານດ່ວນເນື່ອງຈາກແມ່ເສຍຊີວິດ

  ຄູຝຶກຈອມແທັກຕິກ ໄວ 57 ປີ ຈຳເປັນຕ້ອງໄດ້ກັບຝຣັ່ງ ເພື່ອຮ່ວມງານສົບຂອງແມ່ຜູ້ໃຫ້ກຳເນີດ, ເຮັດໃຫ້ບໍ່ສາມາດຄຸມທີມນັດສຸດທ້າຍຂອງກຸ່ມ I ທີ່ຈະດວນກັບ 🇳🇴 ທີມຊາດນໍຣເວ ໃນເຊົ້າວັນທີ 27 ມິຖຸນານີ້ ເວລາ 2:00. ຊຶ່ງທັງສອງທີມເຂົ້າຮອບ 32 ທີມສຸດທ້າຍແນ່ນອນແລ້ວ ພາຍຫລັງຊະນະ 2 ນັດລວດ. ສຳລັບ ເດຊ໋ອງ ເຂົ້າມາຄຸມທີມຊາດຝຣັ່ງ ໃນເດືອນກໍລະກົດ ປີ 2012 ຄຸມທີມທັງໝົດ 181 ນັດ ຊະນະ 117 ສະເໝີ 35 ເສຍ 29 ສະເລ່ຍໂອກາດຊະນະຕໍ່ນັດ 64.64%. ນຳທີມໄດ້ແຊ້ມໂລກ 2018, ຮອງແຊ້ມ 2022, ແຊ້ມ UEFA Nations League ລະດູການ 2020–21 ທີ 3 ລະດູການ 2024–25 ແລະ […]

ຄຣິສເຕ່ຍໂນ້ ໂຣນັລໂດ້ ໜຶ່ງໃນນັກເຕະບານທີ່ຊົງອິດທິພົນສູງສຸດໃນໂລກ❗️ຜູ້ຂຽນຫລາຍສະຖິຕິໂລກທີ່ຍາກຈະທຳລາຍ ‼️ ນັດຫລ້າສຸດ CR7 ເໝົາສອງປະຕູ ຊ່ວຍທີມຊາດໂປຕູເກດ (ປອກຕຸຍການ) ຖະຫຼົ່ມ ທີມຊາດອຸສເບກິສຖານ 5-0 ນັດທີສອງ ກຸ່ມ K ບານໂລກ 2026

  ໃນສຶກບານໂລກ 2026 ຄຣິສເຕ່ຍໂນ້ ໂຣນັລໂດ້ ໄດ້ລົງຫຼິ້ນເປັນສະໄຫມທີ່6 ແລະ ລະເບີດຟອມສ້າງຜົນງານໃນຮອບແບ່ງກຸ່ມ (ກຸ່ມ K )  ໄດ້ຢ່າງຍອດຍ້ຽມ ໂດຍລາວໄດ້ເຫມົາສ້າງ 2 ປະຕູ ຊ່ວຍທີມຊາດໂປຣຕູເກດ ( ປັອກຕຸຍການ) ທະຫຼົ່ມເອົາຊະນະທີມຊາດ ອຸສເບກິສຖານ ໄດ້ຢ່າງຂາດລອຍ 5-0 ການເເຂ່ງຂັນນີ້ຖືເປັນທົວຣ໌ນາເມນຕ໌ເຕະບານໂລກຄັ້ງສຸດທ້າຍຂອງລາວ ‘’ຄຣິສເຕ່ຍໂນ້ ໂຣນັລໂດ້’’ ສະຫຼຸບຜົນງານທີ່ຜ່ານມາ ແລະ ສະຖິຕິໂລກ: ໂຣນັລໂດ ໄດ້ສ້າງປະຫວັດສາດໃນຖານະນັກເຕະຄົນທຳອິດທີ່ເຂົ້າຮ່ວມຮອບຊິງຊະນະເລີດເຕະບານໂລກ 6 ຄັ້ງ.  ຜົນງານຂອງລາວໃນເກມລ່າສຸດແມ່ນດີເລີດແລະໂດດເດັ່ນ, ມີສ່ວນຮ່ວມຢ່າງຫຼວງຫຼາຍໃນເກມລຸກ ແລະ ຊ່ວຍໃຫ້ທີມຂອງລາວໄດ້ຮັບໄຊຊະນະຢ່າງສວຍງາມ.  ກະເເສວິພາກວິຈານ: ກ່ອນໜ້ານີ້, ລາວໄດ້ປະເຊີນກັບກະເເສວິພາກວິຈານຈາກນັກວິເຄາະທີ່ມີຊື່ສຽງ ຄາຣາເກີ ກ່ຽວກັບຄວາມເໝາະສົມຂອງລາວສຳລັບຕຳແໜ່ງຕົວຈິງ, ແຕ່ລາວໄດ້ພິສູດຕົນເອງຢ່າງສຳເລັດຜົນໃນສະໜາມ.

ສະຫຼຸບການແຂ່ງຂັນເຕະບານໂລກ: ເມັກຊິໂກ ເອົາຊະນະ ເກົາຫຼີໃຕ້ ແລະ ຄວ້າໂອກາດໄດ້ເຂົ້າຮອບຕໍ່ໄປ

ໃນທີ່ສຸດພວກເຮົາກໍ່ໄດ້ມາຮອດການແຂ່ງຂັນຮອບແບ່ງກຸ່ມຄັ້ງທີສອງແລ້ວ, ແລະ ເຈົ້າພາບຮ່ວມ ເມັກຊິໂກ ກໍຫວັງທີ່ຈະຄວ້າໄຊຊະນະຄັ້ງທີສອງໃນການແຂ່ງຂັນເຕະບານໂລກ FIFA 2026 ໃນເກມທີ່ເປັນເຈົ້າພາບ ພົບກັບເກົາຫຼີໃຕ້ທີ່ເມືອງGuadalajara. ແລະ ເຂົາເຈົ້າໄດ້ເຮັດສຳເລັດແລ້ວ ໂດຍຊະນະ 1-0 ຍ້ອນປະຕູຈາກ Luis Romo, ສົ່ງຜົນໃຫ້ເຂົາເຈົ້າສາມາດຄອງຕຳແໜ່ງອັນດັບໜຶ່ງຂອງກຸ່ມ A ແລະ ຜ່ານເຂົ້າສູ່ຮອບ 32 ທີມສຸດທ້າຍ, ກາຍເປັນທີມທຳອິດໃນໃນປະຫວັດສາດຂອງການແຂ່ງຂັນທີ່ເຮັດໄດ້. ເຂົ້າຮ່ວມກັບພວກເຮົາສຳລັບທຸກສິ່ງທີ່ເກີດຂຶ້ນຈາກເກມມື້ນີ້.