ນັດນີ້ ອັງກິດ ຄອງບານເກືອບ 80% ສ້າງໂອກາດຍິງປະຕູຫລາຍກວ່າ 10 ຄັ້ງ ແຕ່ຂາດຄວາມຄົມ.
ການສະເໝີນັດນີ້ ເຮັດໃຫ້ ອັງກິດ ມີ 4 ຄະແນນ ຈາກ 2 ນັດ ເທົ່າກັບ ການ້າ ແຕກຕ່າງພຽງປະຕູໄດ້ເສຍ ອັງກິດ ດີກວ່າໜຶ່ງໜ່ວຍ, ໂອກາດເຂົ້າຮອບຕໍ່ໄປຂອງທັງສອງທີມຍັງສົດໃສ ຂໍພຽງສະເໝີໃນນັດສຸດທ້າຍ.
ນັດສຸດທ້າຍຂອງກຸ່ມ ຈະແຂ່ງຂັນວັນທີ 28 ມິຖຸນາ ເວລາ 4:00 ປານາມາ ພົບກັບ ອັງກິດ ແລະ ໂຄອາເຊຍ ພົບກັບ ການ້າ.








