• Home
  • Breaking News
  • ແຊ້ມເກົ່າ ຢານນິກ ຊິນເນີ ແລະ ໂນວັກ ໂຢໂຄວິກ ຜ່ານຮອບທີ 2 ເທັນນິສ ແກຣນສະແລມ ວິມເບີດັນ 2026

ແຊ້ມເກົ່າ ຢານນິກ ຊິນເນີ ແລະ ໂນວັກ ໂຢໂຄວິກ ຜ່ານຮອບທີ 2 ເທັນນິສ ແກຣນສະແລມ ວິມເບີດັນ 2026

ແຊ້ມເກົ່າ ຢານນິກ ຊິນເນີ ແລະ ໂນວັກ ໂຢໂຄວິກ ຜ່ານຮອບທີ 2 ເທັນນິສ ແກຣນສະແລມ ວິມເບີດັນ 2026

ການແຂ່ງຂັນເທັນນິສ ແກຣນສະແລມ ທີ 3 ຂອງປີ ວິມເບີດັນ 2026 ທີ່ນະຄອນຫລວງລອນດອນ ປະເທດອັງກິດ  ຊິງເງິນລາງວັນລວມ 64,200,000 ປອນ ລະຫວ່າງວັນທີ 29 ມິຖຸນາ – 12 ກໍລະກົດນີ້.

✅ ປະເພດຊາຍດ່ຽວ ຮອບທີສອງ ຢານນິກ ຊິນເນີ ແຊ້ມເກົ່າ ມື 1 ຂອງໂລກ ຈາກອີຕາລີ ອອກແຮງເມື່ອຍສົມຄວນກ່ອນເອົາຊະນະ ນູໂນ້ ບໍເກັສ ອັນດັບ 48 ຂອງໂລກ ຈາກໂປຕູເກດ (ປັອກຕຸຍການ) 3-0 ເຊັດ: 7–6(7–4), 7–6(7–2), 6–4, ຮອບ 3 ໄປພົບກັບ 🇺🇸 ເຈັນສັນ ບຣຸກສະບີ້ ອັນດັບ 81 ຂອງໂລກ ຈາກອາເມຣິກາ.

✅ ຂະນະທີ່ ໂນວັກ ໂຢໂຄວິກ ແຊ້ມແກຣສສະແລມສູງສຸດ 24 ສະໄໝ ອະດີດມື 1 ຂອງໂລກ ຈາກແຊັກບີ ເອົາຊະນະ ສະເຕຟານັອສ ຊິດຊີປັສ ອະດີດມື 3 ຂອງໂລກ ຈາກກຣິຊ (ເກຣັກ) 3-0 ເຊັດ: 6−3, 6−4, 6−2 ຮອບສາມ ໄປພົບກັບ  ອາຕູ ຣິນເດີເນັກ ມື 25 ຂອງລາຍການ ຈາກຝຣັ່ງ.

✅ ສ່ວນ ຟີລິບ ອໍແກ ອາເລຍຊິມ ມື 3 ຈາກແຄນນາດາ (ການາດ້າ) ກໍສາມາດຜ່ານໄດ້.

Facebook
Threads
X
Telegram
WhatsApp

Related Posts

IMG_0350
ภาพประเภท PNG
IMG_0273
IMG_0266