• Home
  • Football News
  • ຄຣິສເຕຍໂນ້ ໂຣນາວໂດ້ ຍິງໜຶ່ງປະຕູ ຊ່ວຍ ທີມຊາດ (ປັອກຕຸຍການ) ແຊງຊະນະ ທີມຊາດໂຄຣເອເຊຍ ແບບຫວຸດ 2-1 ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026

ຄຣິສເຕຍໂນ້ ໂຣນາວໂດ້ ຍິງໜຶ່ງປະຕູ ຊ່ວຍ ທີມຊາດ (ປັອກຕຸຍການ) ແຊງຊະນະ ທີມຊາດໂຄຣເອເຊຍ ແບບຫວຸດ 2-1 ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026

❗️ ຄຣິສເຕຍໂນ້ ໂຣນາວໂດ້ ຍິງໜຶ່ງປະຕູ ຊ່ວຍ ທີມຊາດ (ປັອກຕຸຍການ) ແຊງຊະນະ ທີມຊາດໂຄຣເອເຊຍ ແບບຫວຸດ 2-1 ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026

ນັດນີ້ ໂຄຣເອເຊຍ ໄດ້ປະຕູຂຶ້ນນຳກ່ອນຈາກ ອີວານ ເປຣີຊິກ ນາທີ 53′ ເຊິ່ງເປັນປະຕູປະຫວັດສາດຂອງປີກໄວ 37 ປີ ເປັນນັກເຕະທີ່ຍິງປະຕູ ແລະ ແອັສຊິສໃຫ້ທີມຊາດຫລາຍສຸດໃນລາຍການໃຫຍ່ລະດັບເມເຈີ ລວມ 11 ປະຕູ 9 ແອັສຊິສ, ແຕ່ເກມນີ້ ໂປຕູເກດ (ປັອກຕຸຍການ) ມາຍິງແຊງ 2 ປະຕູຈາກ ຄຣິສເຕຍໂນ້ ໂຣນາວໂດ້ ສັງຫານຈຸດໂທດນາທີ 68′ ເຊິ່ງເປັນປະຕູທຳອິດໃນບານໂລກຮອບນັອກເອົ້າຂອງ CR7, ພ້ອມສ້າງສະຖິຕິເປັນນັກເຕະທີ່ອາຍຸຫລາຍສຸດ ຍິງປະຕູໃນຮອບນັອກເອົ້າ ບານໂລກຮອບສຸດທ້າຍ ດ້ວຍອາຍຸ 41 ປີ 147 ວັນ ທຳລາຍສະຖິຕິຂອງ ເປເປ້ ອະດີດກອງຫລັງເພື່ອນຮ່ວມຊາດ ທີ່ສ້າງໄວ້ໃນບານໂລກ 2022 ທີ່ກາຕ້າ ດ້ວຍອາຍຸ 39 ປີ 283 ວັນ.

ພ້ອມກັນນີ້ ກໍເພີ່ມສະຖິຕິຍິງປະຕູໃຫ້ທີມຊາດຫລາຍສຸດໃນໂລກ ລວມ 146 ປະຕູ ແລະ ລົງຫລິ້ນໃຫ້ທີມຊາດຫລາຍສຸດໃນໂລກ 232 ນັດ.

ນອກຈາກນີ້ ໂຣນາວໂດ້ ຍັງເພີ່ມສະຖິຕິ ເປັນນັກເຕະຈາກທະວີບເອີຣົບ ທີ່ຍິງປະຕູຫລາຍສຸດ 11 ປະຕູ ໃນ 2 ລາຍການໃຫຍ່ ລະດັບເມເຈີ ທັງ ບານໂລກຮອບສຸດທ້າຍ ແລະ ຢູໂຣ ຮອບສຸດທ້າຍ.

ໂຣນາວໂດ້ ຍັງສ້າງສະຖິຕິເປັນນັກເຕະທີ່ຍິງປະຕູໃຫ້ທີມຊາດໂປຕູເກດຫລາຍສຸດໃນບານໂລກຮອບສຸດທ້າຍ ລວມ 11 ປະຕູ.

ສ່ວນ ຜູ້ຍິງປະຕູໄຊໃຫ້ທີມຊາດ ປັອກຕຸຍການ ໃນນັດນີ້ ແມ່ນຕົວສຳຮອງ ກອນຊາໂລ້ ຣາມັອສ ນາທີ 90’+4. ທ້າຍເກມ ໂຄຣເອເຊຍ ຖືກ VAR ປະຕິເສດ ປະຕູຕີສະເໝີ ຍ້ອນເປັນບານລໍ້າໜ້າ.

ໄຊຊະນະນັດນີ້ ທີມຊາດປັອກຕຸຍການ ໄດ້ອຸທິດໃຫ້ແກ່ ເດວໂກ້ ໂຊຕ້າ ອະດີດກອງໜ້າຂອງທີມ ທີ່ເສຍຊີວິດ ຄົບຮອບ 1 ປີ.

ຮອບ 16 ສຸດທ້າຍ ໂປຕູເກດ ພົບກັບ ສະເປນ (ແອັສປາຍ) ທີ່ເອົາຊະນະ ອັອສເຕຣຍ (ໂອຕຣິດ) 3-0 ຈະແຂ່ງຂັນເຊົ້າວັນທີ 7 ກໍລະກົດ ເວລາ 2:00

Facebook
Threads
X
Telegram
WhatsApp

Related Posts

IMG_0361
IMG_0354
IMG_0350
photo_2026-07-05_17-17-26