• Home
  • Football News
  • ຈົບເກມ! ທັບນາຄາລະເບີດຟອມ ຖະຫຼົ່ມ GDS CASCHAIS 12-0 ຄວ້າໄຊ 3 ນັດຕິດ ໃນສຶກການແຂ່ງຂັນເຕະບານເຍົາວະຊົນລະດັບນາໆຊາດ ລາຍການ IberCup Estoril 2026 ທີ່ເມືອງເອັສໂຕຣິວ ປະເທດໂປຕູເກດ (ປັອກຕຸຍການ)ໃນລະຫວ່າງວັນທີ 29 ມິຖຸນາ – 5 ກໍລະກົດ 2026

ຈົບເກມ! ທັບນາຄາລະເບີດຟອມ ຖະຫຼົ່ມ GDS CASCHAIS 12-0 ຄວ້າໄຊ 3 ນັດຕິດ ໃນສຶກການແຂ່ງຂັນເຕະບານເຍົາວະຊົນລະດັບນາໆຊາດ ລາຍການ IberCup Estoril 2026 ທີ່ເມືອງເອັສໂຕຣິວ ປະເທດໂປຕູເກດ (ປັອກຕຸຍການ)ໃນລະຫວ່າງວັນທີ 29 ມິຖຸນາ – 5 ກໍລະກົດ 2026

ເຖິງແມ່ນໃນການຖ່າຍທອດສົດຈະສະແດງຜົນສະກໍເປັນ 11 ປະຕູ, ແຕ່ຫຼັງຈາກຜູ້ຈັດການແຂ່ງຂັນກວດສອບຜົນການແຂ່ງຂັນຢ່າງເປັນທາງການ ໄດ້ຢືນຢັນວ່າ ຜົນການແຂ່ງຂັນທີ່ຖືກຕ້ອງຄື 12-0 ໂດຍມີການບັນທຶກປະຕູຄົບທັງ 12 ລູກໃນລະບົບຂອງລາຍການ.

ໄຮໄລ້ການແຂ່ງຂັນ:

ທ. ເອກະລາດ ວິໄລກຸນ  ເບີ  7  3’ 8’ 44’

ທ. ແຟ້ງ ແສງສຸລິນທາ  ເບີ  8  17’

ທ. ນິວ ພິມມະສອນ  ເບີ  6  22’

ທ. ຄຳພູວົງ ແກ້ວມະນີວົງ ເບີ 11  26’

ທ. ຕິກໂນ້ ສິລິວົງໄຊ  ເບີ 13  35’

ທ. ໂຊກນຳໄຊ ແສງອາລຸນ ເບີ 15  38’ 39’

ທ. ທະວີໄຊ ແກ້ວບໍລະກົດ  ເບີ 9  43’

ທ. ອານຸສັກ ວິໄລກຸນ  ເບີ 10  46’

ທ. ອາເປົາ ວົງວິໄລ  ເບີ 14  49’

🇱🇦 W.I.G NAGA ແຊ້ມເກົ່າ ຕົວແທນໜຶ່ງດຽວຈາກ ສປປ ລາວ ລົງແຂ່ງນັດທີ 3 ຂອງກຸ່ມ A ເອົາຊະນະ 🇵🇹GDS Cascais ອີກໜຶ່ງທີມຈາກເຈົ້າພາບ ເຖິງ 12-0 ເຮັດໃຫ້ຊະນະ 3 ນັດຕິດຕໍ່ກັນ.

ກ່ອນໜ້ານີ້ 2 ນັດ ຊະນະ 🇵🇹 CF BELENENSES ທີມ A ຈາກເຈົ້າພາບ 7-1 ແລະ ຊະນະ 🇵🇹 Academia Alcoitão ອີກໜຶ່ງທີມຈາກເຈົ້າພາບ 3-1.

ນັດທີ 4 🇱🇦 W.I.G NAGA ຈະພົບກັບ 🇭🇷 NK Bubamara Zagreb ຈາກໂຄຣເອເຊຍ (ໂຄຣອາຊີ) ວັນທີ 3 ກໍລະກົດ ເວລາ: 14:30 ໂມງ ຕາມເວລາໃນປະເທດລາວ.

ການແຂ່ງຂັນຄັ້ງນີ້ ມີນັກກິລາຫລາຍໝື່ນຄົນ ຈາກຫລາຍສະໂມສອນ ທີ່ມາຈາກ 50 ກວ່າປະເທດເຂົ້າຮ່ວມ, ແບ່ງອອກເປັນ 17 ຮຸ່ນອາຍຸ, ໃນນີ້ ປະເພດຊາຍ 10 ລຸ້ນ, ຍິງ 7 ລຸ້ນ.

ສະເພາະ 🇱🇦 W.I.G NAGA ຮ່ວມແຂ່ງຂັນປະເພດຊາຍ ຮຸ່ນອາຍຸບໍ່ເກີນ 13 ປີ ຫລື (U-13) ໂດຍມີ 46 ທີມ ຈາກ 17 ປະເທດເຂົ້າຮ່ວມຄື: ເບຣຊິນ, ສະເປນ (ແອັສປາຍ), ຝຣັ່ງ, ໂປແລນ (ໂປໂລຍ), ໂຄຣເອເຊຍ (ໂຄຣອາຊີ), ເບົາເກເຣຍ (ບຸນກາຣີ), ເບລາຣຸສ (ເບລາຣຸດຊີ), ໂຄໂຊໂວ້, ຮອນດູຣັສ (ຮົງດູຣັສ), ສະຫະລັດ ອາເມຣິກາ, ອາຟຣິກາໃຕ້, ສະຫະລັດ ອາຣັບ ເອມີເຣດ, ສິງກະໂປ, ອູກັນດ້າ, ສປປ ລາວ ແລະ ໂປຕູເກດ (ປັອກຕຸຍການ) ເຈົ້າພາບ.

ຮອບທຳອິດ W.I.G NAGA ຖືກຈັດຢູ່ກຸ່ມ A ຈະທຳການແຂ່ງຂັນ 4 ນັດ ເພື່ອຄັດເຂົ້າສູ່ຮອບນັອກເອົາທີ 1 ຂອງກຸ່ມ ເຂົ້າຮອບ 8 ທີມສຸດທ້າຍຕໍ່ໄປ.

ສຳລັບການແຂ່ງຂັນປະເພດ 11 ຄົນ (11v11) ອາຍຸເກີນ 1 ປີ ສາມາດລົງຫລີ້ນສູງສຸດໄດ້ 5 ຄົນ.

⏱️ ເວລາການແຂ່ງຂັນ: ແຂ່ງຂັນ 2 ຕັ້ງ, ຕັ້ງລະ 25 ນາທີ ລວມທັງໝົດ 50 ນາທີ.

❤️🇱🇦 ຮ່ວມສົ່ງແຮງໃຈ ເຊຍກອງທັບນາຄານ້ອຍຈາກລາວ ໃຫ້ສາມາດປ້ອງກັນແຊ້ມຄັ້ງນີ້ ສູ້ໆເດີ

ຂໍສະແດງຄວາມຍິນດີກັບທັບນາຄາທຸກຄົນ ທີ່ຍັງຄົງສ້າງຜົນງານໄດ້ຢ່າງຮ້ອນແຮງ ແລະ ພ້ອມເດີນໜ້າລຸ້ນສູ່ເປົ້າໝາຍໃນການປ້ອງກັນແຊ້ມລາຍການ IberCup 2026 ຕໍ່ໄປ🎉

Facebook
Threads
X
Telegram
WhatsApp

Related Posts

IMG_0361
IMG_0354
IMG_0350
photo_2026-07-05_17-17-26