
🔥🌍⚽ ຄີລຽນ ເອັມບັບເປ້ ສັງຫານຈຸດໂທດນາທີ 70′ ພາ 🇨🇵 ທີມຊາດຝຣັ່ງ ເອົາຊະນະ 🇵🇾 ທີມຊາດປາຣາໄກວ 1-0❗️ ເຂົ້າຮອບ 8 ທີມສຸດທ້າຍ ບານໂລກ 2026 ‼️
✅ ຄີລຽນ ເອັມບັບເປ້ ຍິງ 7 ປະຕູ ໃນບານໂລກ 2026 ເທົ່າກັບ ລີໂອເນວ ເມັສຊີ້ ກອງໜ້າຫົວໜ້າທີມຊາດອາເຈນຕິນ້າ.
✅ ຄີລຽນ ເອັມບັບເປ້ ສ້າງປະຫວັດສາດເປັນນັກເຕະຈາກຝຣັ່ງ ຍິງປະຕູຫຼາຍສຸດໃນບານໂລກຮອບສຸດທ້າຍ ລວມ 19 ປະຕູ ຈາກ 19 ນັດ ຕາມຫລັງ ລີໂອເນວ ເມັສຊີ້ ທີ່ຍິງໄດ້ຫລາຍສຸດ 20 ປະຕູ.
ສຳລັບ ເອັມບັບເປ້ ຍັງຄອງສະຖິຕິເປັນຜູ້ຍິງປະຕູໃຫ້ທີມຊາດຝຣັ່ງຫລາຍສຸດ 63 ປະຕູ ຈາກ 103 ນັດ.
✅ ຮອບ 8 ທີມສຸດທ້າຍທີມຊາດຝຣັ່ງ ໄປພົບກັບ ທີມຊາດໂມຣັອກໂຄ ທີ່ເອົາຊະນະ ທີມຊາດແຄນາດາ ເຈົ້າພາບຮ່ວມ 3-0, ຈະແຂ່ງຂັນວັນທີ 10 ກໍລະກົດ ເວລາ 3:00.







