• Home
  • Football News
  • FIFA WORLD CUP
  • ອິສມາເເອລ ໂຄເນ່ ນັກກິລາທີ່ໂຊກຮ້າຍ ຂາຫັກ❗️ຈົນໄດ້ຖອນໂຕຈາກ ບານໂລກ 2026 ຫລັງຜ່າຕັດສຳເລັດ

ອິສມາເເອລ ໂຄເນ່ ນັກກິລາທີ່ໂຊກຮ້າຍ ຂາຫັກ❗️ຈົນໄດ້ຖອນໂຕຈາກ ບານໂລກ 2026 ຫລັງຜ່າຕັດສຳເລັດ

🇨🇦 ອິດສະເມວ ໂຄເນ່ ກອງກາງຕົວຫລັກຂອງທີມ ບາດເຈັບໜັກ ຂາຊ້າຍຫັກ ໃນຮອບແບ່ງກຸ່ມທີ່ ແຄນນາດາ ເປີດບ້ານຖະຫຼົ່ມ ກາຕ້າ 6-0 ຫລັງຖືກ 🇶🇦 ອັສຊິມ ມາດິໂບ້ ກອງກາງພັນໂຫດ ຈາກກາຕ້າ ສະກັດຈົນຂາຫັກ ໃນນັດທີ່ສອງຂອງກຸ່ມ ທີ່ສະຫນາມ ບີຊີເພລສ ເມືອງເເວນຄູເວີ້ຣ໌ ໃນຕອນເຊົ້າວັນສຸກ 

ເຫດການເກີດຂຶ້ນໃນເຄິ່ງຫຼັງ ເມື່ອ ໂຄເນ່ ຖືກ ອັສຊິມ ມາດິໂບ້ ກອງກາງ ກາຕ້າ ເຂົ້າສະກັດຫນັກຈາກດ້ານຫຼັງ ຈົນລົ້ມລົງໄປກອງກັບພື້ນ ທ່າມກາງຄວາມຕົກໃຈຂອງນັກເຕະທັງສອງທີມ ແລະໄດ້ສົ່ງສັນຍານ ເອີ້ນເເພດສະໜາມທັນທີ ກ່ອນທີ່ເຈົ້າໂຕ ຈະຖືກຫາມອອກຈາກສະໜາມດ້ວຍເປ 

ຫລັງຈາກນັ້ນຜູ້ຕັດສິນໄດ້ກວດສອບເບິ່ງ ວີເອອາຣ໌ ອັສຊິມ ມາດິໂບ້ ໄດ້ໃບເເດງໂດຍກົງຈາກການຫຼິ່ນທີ່ອັນຕະລາຍສົ່ງຜົນໃຫ້ ກາຕ້າ ເຫຼືອຜູ້ຫຼິ້ນພຽງ 9 ຄົນ ເນື່ອງຈາກກ່ອນຫນ້ານີ້ ໂຮມັສ ອັລ ອາມິນ ຖືກໄລ່ອອກໄປແລ້ວ ໃນເຄິ່ງເກມທຳອິດ 

ພາຍຫລັງເກມຈົບ ເຈສຊີ້ ມາກຣ໌  ໄດ້ເປີດເຜີຍວ່າ ໂຄເນ່ ຖືກນຳສົ່ງໂຕໄປ ໂຮງໝໍແລະຕຽມເຂົ້າຮັບການຜ່າຕັດ ໂດຍມີຄອບຄົວຢູ່ຄຽງຂ້າງສະເຫມີ 

“ ທຸກຄົນເສຍໃຈກັບສິ່ງທີ່ເກີດຂຶ້ນ ເພາະລາວເປັນຫົວໃຈສຳຄັນຂອງຈິດວິນຍານທີມ ແລະເປັນການສູນເສຍຄັ້ງໃຫຍ່” 

 ຈັ່ງໃດກໍ່ຕາມ ເຖິງວ່າຈະເຈັບຫນັກ ເເຕ່ລະຫວ່າງຖືກຫາມອອກຈາກສະຫນາມ ໂຄເນ່ ຍັງໂບກມືໃຫ້ເເຟນບານທ່າມກາງສຽງປົບມືດັງສະໜັ່ນຫວັ່ນໄຫວທົ່ວສະໜາມ ໂດຍເບື້ອງຕົ້ນ ໂຄເນ່ ຕຽມເຂົ້າຮັບການຜ່າຕັດ ແລະ ຈະໝົດສິດຊ່ວຍທີມເເຄນນາດາ ໃນຊ່ວງທີ່ເຫລືອຂອງບານໂລກ 2026 ຢ່າງເເນ່ນອນແລ້ວ 

ສຳລັບ ອິດສະເມວ ໂຄເນ່ ເປັນນັກເຕະເຊື້ອສາຍໄອໂວຣີໂຄ໊ດ ອາຍຸ 24 ປີ ຈາກສະໂມສອນ ຊັສຊູໂລ້ ໃນລີກສູງສຸດຂອງປະເທດອີຕາລີ ຮັບໃຊ້ຊາດມາແຕ່ປີ 2022 ລົງຫລິ້ນ 42 ນັດ ຍິງ 4 ປະຕູ.

 ຂໍໃຫ້ເຊົາເຈັບໄວໆເດີ✨ມາຮ່ວມໃຫ້ກຳລັງໃຈ ເພື່ອນຮ່ວມ 🇨🇦 ທີມຊາດແຄນນາດາ ນັດທີ່ເສຍໃຫ້🇨🇭ທີມຊາດສະວິດຊີແລນ 1-2 ນັດສຸດທ້າຍຂອງກຸ່ມ B

Facebook
Threads
X
Telegram
WhatsApp

Related Posts

IMG_0361
IMG_0354
IMG_0350
photo_2026-07-05_17-17-26