
คກະເເສຂ່າວກ່ຽວກັບອານາຄົດຂອງ ເວີຣ໌ຈິລ ຟານ ໄດຄ໌ ທີ່ຖືກເຊື່ອມໂຍງກັບຫລາຍສະໂມສອນໃນຊ່ວງບໍ່ຈັກມື້ທີ່ຜ່ານມາ ຖືກປະຕິເສດແບບຊັດເຈນເເລ້ວ ໂດຍ ເຈມສ໌ ເພຍຣ໌ ນັກຂ່າວສາຍລີເວີພູ ຈາກ The Athletic ຢືນຢັນວ່າກັບຕັນທີມ ຫົງເເດງ ບໍ່ມີເເຜນທີ່ຈະຍ້າຍທີມໃນຊ່ວງລະດູຮ້ອນນີ້.
ກ່ອນໜ້ານີ້, ລາຍງານຊີ້ໃຫ້ເຫັນວ່າສະໂມສອນຈາກ Major League Soccer (MLS), ຊາອຸດີ ໂປຣ ລີກ (Saudi Pro League) ແລະ ເອຊີ ມິລານ (AC Milan) ກຳລັງຕິດຕາມຈັບຕາກອງຫຼັງເເນວຮັບທີມຊາດໂຮນລັງອາຍຸ 34 ປີ ແລະພ້ອມທີ່ຈະສະເໜີເຖິງຂໍ້ສະເໜີຖ້າ Liverpool ເປີດໃຈຕໍ່ການເຈລະຈາ.
ຢ່າງໃດກໍຕາມ, ເພຍຣ໌(Pearce) ໄດ້ກ່າວວ່າຂ່າວລືເຫຼົ່ານີ້ແມ່ນບໍ່ເປັນຄວາມຈິງ, ພ້ອມຢືນຢັນວ່າ:
“ເຟີຣ໌ຈິລ ຟານ ໄດຄ໌ ຈະບໍ່ໄດ້ຍ້າຍໄປໃສ. ລາວກຳລັງພັກຜ່ອນກ່ອນທີ່ຈະລາຍງານຕົວກັບມາກ່ອນລະດູການ, ແລະ ອັນໂດນີ ອິຣາໂອລາ (Andoni Iraola) ກໍ່ວາງໃຫ້ລາວເປັນຜູ້ຫຼິ້ນສຳຄັນກຳລັງຫຼັກສຳລັບລະດູການ 2026/27. ການທີ່ລີເວີພູຈະພິຈາລະນາຂໍສະເໜີສຳລັບລາວນັ້ນ ແນວຄວາມຄິດຂອງ Liverpool ພິຈາລະນາຂໍ້ສະເໜີສຳລັບລາວແມ່ນໄກຈາກຄວາມຈິງ.”
ເຟີຣ໌ຈິລ ຟານ ໄດຄ໌ຫາກໍ່ເຊັນສັນຍາສະບັບໃໝ່ກັບ Liverpool ໃນປີກາຍນີ້ ແລະ ລາວໄດ້ຢ້ຳເວົ້າມາຕະຫຼອດວ່າລາວມີຄວາມສຸກກັບສະໂມສອນຫລາຍ ໂດຍພາຍໃຕ້ຜູ້ຈັດການທີມຄົນໃໝ່ ອັນໂດນີ້ ອິຣາໂອລາ(Andoni Iraola), ຍັງຄົງຖືກເບິ່ງວ່າເປັນທັງຜູ້ນຳໃນຫ້ອງແຕ່ງຕົວ ແລະ ເປັນຜູ້ຫຼິ້ນທີ່ສຳຄັນໃນກອງຫຼັງແນວຮັບ.”
ນີ້ໝາຍຄວາມວ່າ Liverpool ບໍ່ມີແຜນທີ່ຈະປ່ອຍໃຫ້ໜຶ່ງໃນຕຳນານສະໄໝໃໝ່ຂອງສະໂມສອນອອກໄປ, ແລະ ລາວຈະກັບມາຝຶກຊ້ອມກ່ອນລະດູການຕາມກຳນົດເວລາເພື່ອກະກຽມສຳລັບລະດູການໃໝ່ກັບທີມ “ຫົງເເດງ” ລີເວີພູຕໍ່ໄປ








