• Home
  • Football News
  • FIFA WORLD CUP
  • ⚽ ຍິນດີນຳ 🎉 ທີມຊາດອີຢິບ ຜ່ານເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026🌎

⚽ ຍິນດີນຳ 🎉 ທີມຊາດອີຢິບ ຜ່ານເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026🌎

 

ໂມຮາເໝັດ ຊາລາ ບໍ່ສາມາດກັ້ນນໍ້າຕາໄດ້ຫຼັງຈາກນຳພາທີມຊາດເອຢິບເຂົ້າສູ່ຮອບ 16 ທີມສຸດທ້າຍ.

ນໍ້າຕາຂອງລາວສະແດງໃຫ້ເຫັນວ່າເຕະບານໂລກນີ້ມີຄວາມໝາຍຫຼາຍປານໃດສຳລັບລາວຫຼາຍຊ່ຳໃດ. 

 “ມື້ນີ້ແມ່ນມື້ພິເສດຫຼາຍສຳລັບຂ້ອຍ ແລະ ສຳລັບຊາວເອຢິບທຸກຄົນ.”

 “ນີ້ເປັນຄັ້ງທຳອິດໃນຮອບຫຼາຍປີທີ່ພວກເຮົາໄດ້ຜ່ານເຂົ້າສູ່ຮອບຕໍ່ໄປຂອງການແຂ່ງຂັນນີ້, ແລະ ພວກເຮົາໄດ້ເຮັດມັນດ້ວຍວິທີທີ່ຍາກທີ່ສຸດ. ການຍິງຈຸດໂທດບໍ່ເຄີຍງ່າຍ, ແຕ່ທີມຊຸດນີ້ສະແດງໃຫ້ເຫັນເຖິງຄວາມກ້າຫານ, ຄວາມເຊື່ອໝັ້ນ, ແລະ ຫົວໃຈຂອງນັກສູ້ໃນຊ່ວງເວລາທີ່ສຳຄັນທີ່ສຸດ.”

 “ກ່ອນການແຂ່ງຂັນ, ຫຼາຍຄົນໄດ້ຖາມພວກເຮົາ. ພວກເຂົາເວົ້າວ່າພວກເຮົາຈະໄປໄດ້ບໍ່ໄກ ແລະ ພວກເຮົາເພິ່ງພານັກເຕະບາງຄົນຫຼາຍເກີນໄປ. ແຕ່ຄືນນີ້ພວກເຮົາໄດ້ພິສູດໃຫ້ເຫັນວ່າທີມນີ້ບໍ່ພຽງແຕ່ກ່ຽວກັບພອນສະຫວັນ… ແຕ່ຍັງຫົວໃຈພ້ອມ.”

 “ຕັ້ງແຕ່ນີ້ໄປ, ຄວາມກົດດັນຈະຢູ່ທີ່ທີມທີ່ເປັນຕົວເຕັງທັ້ງຫຼາຍ. ພວກເຮົາໄດ້ເຮັດສ່ວນຂອງພວກເຮົາແລ້ວ. ຕອນນີ້ເຖິງເວລາທີ່ຈະເບິ່ງວ່າທີມທີ່ທຸກຄົນຍ້ອງຍໍສາມາດຮັບມືກັບຄວາມກົດດັນດຽວກັນໄດ້ຫຼືບໍ່.”

“ອີຢິບຍັງຢູ່ໃນເສັ້ນທາງ… ແລະພວກເຮົາຍັງບໍ່ຢຸດຈົບພຽງເທົ່ານີ້”

ຮອບ 32 ທີມສຸດທ້າຍ ທີມຊາດອີຢິບ ເອົາຊະນະ ທີມຊາດອັອສເຕເລຍ (ອົດສະຕຣາລີ) ດ້ວຍການດວນຈຸດໂທດ 4-2 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1.

ເອຢິບ ເຂົ້າຮອບ 16 ທີມສຸດທ້າຍ ລໍຖ້າພົບກັບທີມຊາດອາເຈນຕິນ້າ

Facebook
Threads
X
Telegram
WhatsApp

Related Posts

IMG_0361
IMG_0354
IMG_0350
photo_2026-07-05_17-17-26