ໄຄ ຣູນີ້ (Kai Rooney) ລູກຊາຍຂອງ ເວຍ໌ນ ຣູນີ້ (Wayne Rooney), ແລະ ເຈຊີ້ ຄາຣ໌ຣິກ (Jesse Carrick), ລູກຊາຍຂອງ ໄມເຄິນ ຄາຣ໌ຣິກ(Michael Carrick), ໄດ້ເຊັນສັນຍາທຶນກັບ ແມນຢູ(Manchester United) ຢ່າງເປັນທາງການ.
ທັງສອງເຕີບໃຫຍ່ມາຢູ່ໃນສະຖາບັນການສຶກສາຂອງ ປີສາດເເດງ ຕັ້ງເເຕ່ຍັງນ້ອຍ ກ່ອນທີ່ຈະກ້າວໄປສູ່ບາດກ້າວທີ່ສຳຄັນອີກບາດກ້າວໜຶ່ງໃນອາຊີບບານເຕະຂອງເຂົາເຈົ້າໂດຍການເຂົ້າຮ່ວມໂຄງການທຶນການສຶກສາຂອງສະໂມສອນ.
ຮູບພາບທີ່ຖືກແຊຮ໌ອອກມາໄດ້ເຮັດໃຫ້ແຟນໆຂອງ ແມນຢູ ຍິ້ມຂຶ້ນມາທັນທີ, ຍ້ອນວ່າເດັກຊາຍສອງຄົນຈາກສະໄໝກ່ອນໃນຊຸດຝຶກຊ້ອມສີແດງຂອງເຂົາເຈົ້າ
ໃນມື້ນີ້ຢືນຖືເສື້ອ Manchester United ທີ່ມີນາມສະກຸນທີ່ຄຸ້ນເຄີຍຂອງເຂົາເຈົ້າເປັນຢ່າງດີ.
ຄົນໜຶ່ງແມ່ນຜູ້ສືບທອດຂອງນັກເຕະທີ່ຍິງປະຕູໄດ້ຫຼາຍທີ່ສຸດຕະຫຼອດການຂອງສະໂມສອນ,
ອີກຄົນໜຶ່ງແມ່ນຜູ້ສືບທອດຂອງກອງກາງຜູ້ທີ່ເປັນຫົວໃຈທີ່ງຽບສະຫງົບຂອງຍຸກທອງຂອງ ເຊີຮ໌ ອາເລັກ ເຟີກູສັນ(Sir Alex Ferguson).
ເຖິງເເມ່ນວ່າເສັ້ນທາງໄປສູ່ທີມໃຫຍ່ຂອງເຂົາເຈົ້າຍັງຍາວໄກ, ແລະນາມສະກຸນຂອງເຂົາເຈົ້າບໍ່ໄດ້ຮັບປະກັນຄວາມສຳເລັດໃນສະໜາມ,
ສຳລັບແຟນໆຂອງປີສາດເເດງ, ນີ້ແມ່ນຮູບພາບທີ່ເຕັມໄປດ້ວຍຄວາມໝາຍ.
ຈາກພໍ່ສູ່ລູກຊາຍ.
ຈາກຄວາມຊົງຈຳຂອງອະດີດ…ສູ່ບົດໃໝ່ຂອງຄວາມຫວັງທີ່ Old Trafford








