
ເປັນຄັ້ງທຳອິດໃນປະຫວັດສາດ!
🇩🇪 ທີມຊາດເຢຍລະມັນໄດ້ປະສົບກັບຄວາມພ່າຍແພ້ທີ່ໂຊກຮ້າຍທີ່ສຸດ: ໃນການເສຍການດວນຈຸດໂທດຄັ້ງທຳອິດໃນປະຫວັດສາດ. ນັບຕັ້ງເເຕ່ພວກເຂົາລົງຫຼິ້ນບານໂລກມາພວກເຂົາບໍ່ເຄີຍເສຍໃນການດວນຈຸດໂທດມາກ່ອນໃນປະຫວັດສາດທີ່ມີມາ.
ໃນຄັ້ງນີ້, ພວກເຂົາກັບເສຍຈຸດໂທດໃຫ້ກັບປາຣາກວາຍ 3-4, ເຮັດໃຫ້ປາຣາກວາຍຜ່ານເຂົ້າຮອບ 16 ທີມສຸດທ້າຍໄດ້ຢ່າງມະຫັດສະຈັນ.
ຍິ່ງໄປກວ່ານັ້ນ, ເຢຍລະມັນໄດ້ສ້າງສະຖິຕິໃໝ່, ໂດຍການຕົກຮອບກ່ອນເຂົ້າຮອບ 8ທີມສຸດທ້າຍເປັນຄັ້ງທີ4 ໃນປະຫວັດສາດອັນຍາວນານຂອງພວກເຂົາ”ອິນຊີເຫຼັກ” ບໍ່ສາມາດເຂົ້າສູ່ຮອບ ກ່ອນຮອງຊະນະເລີດໃນສຶກເຕະບານໂລກ2026ໄດ້
❌ 1938
❌ 2018
❌ 2022
❌ 2026
ສະຫຼຸບແລ້ວ, ມັນເປັນໄລຍະເວລາ 12 ປີທີ່ໜ້າຜິດຫວັງຢ່າງຮ້າຍແຮງສຳລັບທີມຊາດເຢຍລະມັນນັບຕັ້ງແຕ່ພວກເຂົາໄດ້ຮັບໄຊຊະນະໃນເຕະບານໂລກໃນປີ 2014.
ພວກເຈົ້າຄິດວ່າມີຫຍັງເກີດຂຶ້ນກັບເຢຍລະມັນ, ຕັ້ງແຕ່ການເປັນແຊ້ມເຕະບານໂລກປີ 2014 ຈົນເຖິງການຖືກຕັດອອກໃນຮອບ knockout? ທັ້ງທີ່ຈະມີນັກເຕະທີ່ມີຄຸນນະພາບຫລາຍພໍທີ່ຈະຊະນະໄດ້??








