
ລີໂອເນວ ເມັສຊີ້ ສ້າງປະຫວັດສາດອີກໜ້າໃໝ່ ເປັນຄົນດຽວທີ່ຍິງປະຕູໃນບານໂລກຮອບສຸດທ້າຍ 7 ນັດຕິດຕໍ່ກັນ
ເມັສຊີ້ ຍິ່ງ 1 ປະຕູ ຊ່ວຍທີມຊາດ ອາເຈນຕິນ້າ (ອາກຊັງຕິນ) ແຊັມເກົ່າ ເອົາຊະນະທີມຊາດ ຈໍແດນ ນ້ອງໃຫມ່ 3-1 ບານໂລກ 2026 ນັດສຸດທ້າຂອງກຸ່ມ J
ພ້ອມກັນນີ້ ເມັສຊີ້ ກໍ່ເພີມສະຖິຕິ ຍິງປະຕູໃນ ບານໂລກ ຮອບສຸດທ້າຍຫລາຍທີສຸດ 19 ປະຕູ ແຊງສະຖິຕິຂອງ ມິໂລສະລາຟ ໂຄເຊ່ ຕຳນານສູນໜ້າທີມຊາດເຢຍລະມັນ ທີຍິງໄດ້ 16 ປະຕູ ແລະ ເປັນປະຕູທີ 123 ກັບທີມຊາດຈາກການລົງສະໜາມ 202 ນັດ,ເພີ່ມສະຖິຕິຍິງປະຕູໃຫ້ທີມຊາດອາກຊັງຕິນຫລາຍສຸດ ແລະ ຫລາຍສຸດໃນບັນດາປະເທດຢູ່ອາເມລິກາໃຕ້ ນຳໜ້າອາດີດຕຳນານຫລາຍຄົນ ໂດຍສະເພາະ ເປ່ເລ່ ແລະ ເດໂກ້ ມາຣາໂດນ້າ,ແຕ່ຍັງບໍ່ແມ່ນນັກເຕະທີຍິງປະຕູໃຫ້ທີມຊາດຫລາຍທີສຸດໃນໂລກ ເພາະຜູ້ຄອງສະຖິຕິນີ້ແມ່ນ CR7 ຄຣິສເຕຍໂນ້ ໂຣນາວໂດ້ ລວມທັງໝົດ 145 ປະຕູ
ນອກຈາກນີ້ ເມັສຊີ້ ຍັງເພີ່ມສະຖິຕິເປັນນັກເຕະທີລົງຫລີ້ນໃນບານໂລກຮອບສຸດທ້າຫລາຍສຸດ ລວມທັງໝົດ 29 ນັດ,ອັນດັບສອງ ລໍຖ້າມັດທາອຸສອາດີດຕຳນານກອງກາງທີມຊາດເຢຍລະມັນ 4 ນັດ,ສ່ວນ ຄຣິສເຕຍໂນ້ ໂຣນາວໂດ້ ລົງຫລີ້ນ 25 ນັດ ຕາມຫລັງເມັສຊີ້ 4 ນັດ
ກ່ອນຫນ້ານີ້ ເມັສຊີ້ ໄດ້ສ້າງສະຖິໃໝ່ໃນ ບານໂລກ ຮອບສຸດທ້າຍ
1 ສະຖິຕິທີ 1, ເມັສຊີ້ເປັນນັກເຕະອາຍຸຫລາຍສຸດ ສາມາດຍິງແຮັດທຣິກ ໃນບານໂລກຮອບສຸດທ້າຍ ດ້ວຍອາຍຸ 38 ປີ 358 ວັນ ທຳລາຍສະຖິຕິຂອງ ຄຣິສເຕຍໂນ້ ໂຣນາວໂດ້ ກັບຕັນທີມສາດ ໂປຕູເກດ (ປັອກຕຸຍການ) ສ້າງໄວ້ໃນບານໂລກ 2018 ດ້ວຍອາຍຸ 33 ປີ 130 ວັນ
2 ສະຖິຕິທີ 2 ເມັສຊີ້ ເປັນນັກເຕະທີ່ສາມາດຍິງແຮັດທຣິກໃຫ້ທີມຊາດຫລາຍສຸດ ລວມ 11 ຄັ້ງ ນຳ ຄຣີສເຕຍໂນ້ ໂຣນາວໂດ້ ທີເຮັດໄດ້ 10 ຄັ້ງ








