
ສະຫະລັດ ອາເມຣິກາ 10 ຄົນສາມາດເອົາ ຊະນະ ບັອສເນຍ-ເຮີເຊໂກວີນ້າ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026
ຮອບ 32 ທີມສຸດທ້າຍ ສະຫະລັດ ອາເມຣິກາ ເຈົ້າພາບຮ່ວມ ເປີດສະໜາມ Levi’s ຫລື San Francisco Bay Area ເອົາຊະນະ ບັອສເນຍ-ເຮີເຊໂກວີນ້າ 2-0 ຕັ້ງທີໜຶ່ງ ອາເມຣິກາ ໄດ້ປະຕູນຳໃນນາທີສຸດທ້າຍຈາກ ໂຟລາຣິນ ບາໂລກັນ ກອງໜ້າຈາກ ໂມນາໂຄ, ມາເຄິ່ງຫລັງ ເຈົ້າພາບ ເຫລືອຜູ້ຫລິ້ນ 10 ຄົນ ເມື່ອ ບາໂລກັນ ຜູ້ຍິງປະຕູຂຶ້ນນຳໄດ້ບັດແດງ ນາທີ 64′ ແຕ່ 10 ຄົນ ຂອງອາເມຣິກາ ມາໄດ້ປະຕູທີສອງຈາກ ມາລິກ ທິວແມ້ນ ນາທີ 82′ ຈົບເກມ ສະຫະລັດ ອາເມຣິກາ ຊະນະ ບັອສເນຍ-ເຮີເຊໂກວີນ້າ 2-0.
ອາເມຣິກາ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ ໃນຮອບ 24 ປີ ຕໍ່ຈາກປີ 2002 ທີ່ສາທາລະນະລັດເກົາຫລີ ແລະ ຍີ່ປຸ່ນ ເປັນເຈົ້າພາບ ໄປພົບກັບ ເບວຢ້ຽມ (ແບນຊິກ) ທີ່ແຊງຊະນະ ເຊເນກັນ 3-2 ໃນການຕໍ່ເວລາພິເສດ ເວລາປົກກະຕິສະເໝີກັນ 2-2 ຈະແຂ່ງຂັນເຊົ້າວັນທີ 7 ກໍລະກົດ ເວລາ 7:00.








