• Home
  • Football News
  • ສູ້ກັນສຸດມ່ວນມັນ❗️ໂຣເມໂຣ ຍິງມາຖືກຫົວ ບໍຣເກສ ກອງຫຼັງ ແຄັບເວີດ ເຂົ້າປະຕູ ເປັນປະຕູໄຊ ຊ່ວຍ ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມເກົ່າ ເອົາຊະນະ ທີມຊາດແຄັບເວີດ (ກັບແວ)ນ້ອງໃຫມ່ 3-2 ໃນໄລຍະຕໍ່ເວລາພິເສດ ❗️ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026 ພົບກັບ ທີມຊາດອີຢິບ (ເອຢິບ).

ສູ້ກັນສຸດມ່ວນມັນ❗️ໂຣເມໂຣ ຍິງມາຖືກຫົວ ບໍຣເກສ ກອງຫຼັງ ແຄັບເວີດ ເຂົ້າປະຕູ ເປັນປະຕູໄຊ ຊ່ວຍ ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມເກົ່າ ເອົາຊະນະ ທີມຊາດແຄັບເວີດ (ກັບແວ)ນ້ອງໃຫມ່ 3-2 ໃນໄລຍະຕໍ່ເວລາພິເສດ ❗️ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026 ພົບກັບ ທີມຊາດອີຢິບ (ເອຢິບ).

ສູ້ກັນສຸດມ່ວນມັນ❗️ໂຣເມໂຣ ຍິງມາຖືກຫົວ ບໍຣເກສ ກອງຫຼັງ ແຄັບເວີດ ເຂົ້າປະຕູ ເປັນປະຕູໄຊ ຊ່ວຍ  ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມເກົ່າ ເອົາຊະນະ  ທີມຊາດແຄັບເວີດ (ກັບແວ)ນ້ອງໃຫມ່ 3-2 ໃນໄລຍະຕໍ່ເວລາພິເສດ ❗️ ເຂົ້າຮອບ 16 ທີມສຸດທ້າຍ ບານໂລກ 2026 ພົບກັບ  ທີມຊາດອີຢິບ (ເອຢິບ).
✅ ຮອບ 32 ທີມສຸດທ້າຍ  ທີມຊາດອາເຈນຕິນ້າ ແຊ້ມເກົ່າ ໄດ້ປະຕູຂຶ້ນນຳກ່ອນໃນເຄິ່ງເວລາທີ 1 ຈາກ ລີໂອເນວ ເມັສຊີ້ ກອງຫນ້າຫົວໜ້າທີມ ນາທີ 29′, ສ້າງປະຫວັດສາດອີກໜ້າໃໝ່ ເປັນຄົນດຽວທີ່ຍິງປະຕູໃນບານໂລກຮອບສຸດທ້າຍ 8 ນັດຕິດຕໍ່ກັນ, ພ້ອມທັງເພີ່ມສະຖິຕິຍິງ 20 ປະຕູ ຈາກ 30 ນັດ ໃນບານໂລກ ຮອບສຸດທ້າຍ.
ມາເຄິ່ງເວລາທີ 2  ທີມຊາດແຄັບເວີດ ນ້ອງໃຫມ່ ອາໃສຈັ່ງຫວະສວນກັບ ມາໄດ້ປະຕູຕີສະເໝີ 1-1 ຈາກ ເດຣອຍ ດົວເຕ້ ນາທີ 59′ ແລະ ຈົບ 90 ນາທີ ສະເຫມີກັນ 1-1 ຕ້ອງໄປແຂ່ງຂັນໃນໄລຍະຕໍ່ເວລາພິເສດ 30 ນາທີ.
ໄລຍະຕໍ່ເວລາພິເສດ 🇦🇷 ອາເຈນຕິນ້າ ແຊ້ມເກົ່າ ມາໄດ້ປະຕູຂຶ້ນນຳ 2-1 ຈາກ ລິຊານໂດຣ ມາຕິເນັຊ ນາທີ 92′, ແຕ່ຖືກ  ແຄັບເວີດ ນ້ອງໃຫມ່ ຍິງຕີສະເໝີ 2-2 ຈາກ ຊິດນີ້ ໂລເປສ ກາບຣາວ ນາທີ 103′, ກ່ອນທີ່ 🇦🇷 ອາເຈນຕິນ້າ ແຊ້ມເກົ່າ ມາໄດ້ປະຕູໄຊ ຈາກຈົ່ງຫວະທີ່ ເມັສຊີ້ ເປີດເຕະມຸມ ມາເຂົ້າຫົວ ຄຣິສຕຽນ ໂຣເມໂຣ ມາຖືກຫົວ ດີເນ ບໍຣເກສ ກອງຫຼັງ ແຄັບເວີດ ເຂົ້າປະຕູຕົນເອງ ນາທີ 111′, ຈົບ 130 ນາທີ  ທີມຊາດອາເຈນຕິນ້າ (ອາກຊັງຕິນ) ແຊ້ມເກົ່າ ເອົາຊະນະ  ທີມຊາດແຄັບເວີດ (ກັບແວ)ນ້ອງໃຫມ່ 3-2.
✅ ຮອບ 16 ທີມສຸດທ້າຍ  ທີມຊາດອາເຈນຕິນ້າ ແຊ້ມເກົ່າ ໄປພົບກັບ  ທີມຊາດອີຢິບ ເອົາຊະນະ  ທີມຊາດອັອສເຕເລຍ (ອົດສະຕຣາລີ) ດ້ວຍການດວນຈຸດໂທດ 4-2 ເວລາປົກກະຕິກັບການຕໍ່ເວລາພິເສດສະເໝີກັນ 1-1. ຈະແຂ່ງຂັນໃນວັນທີ 7 ກໍລະກົດ ເວລາ 23:00.

Facebook
Threads
X
Telegram
WhatsApp

Related Posts

IMG_0361
IMG_0354
IMG_0350
photo_2026-07-05_17-17-26