
CR7 ເພີ່ມສະຖິຕິໂລກ ໂປຕູເກດ ສະເໝີກັບ ໂຄລົມເບຍ ຮອບ 32 ທີມສຸດທ້າຍ ໄປພົບກັບ ໂຄຣເອເຊຍ ບານໂລກ 2026
ນັດສຸດທ້າຍ ກຸ່ມ K ທີມຊາດໂປຕູເກດ (ປັອກຕຸຍການ) ອັນດັບ 5 ຂອງໂລກ ດວນກັບ ໂຄຣລົມເບຍ ອັນດັບ 13 ຂອງໂລກ,ທັງສອງຫລີ້ນແບບຫລີກລ່ຽງການປະທະກັນໜັກ ເນື່ອງຈາກຮູ້ວ່າ ໄດ້ເຂົ້າຮອບນັອກເອົ້າແນ້ນອນແລ້ວ,ສຸດທ້າຍຈົບກັນດ້ວຍແບບບໍ່ມີຜົນປະຕູ 0-0
ນັດນີ້ CR7 ຄຣີສເຕຍໂນ້ ໂຣນາວໂດ້ ເພີ່ມສະຖິຕີລົງຫລີ້ນໃຫ້ທີມຊາດຫລາຍທີສຸດໃນໂລກ 231 ນັດ
ໂຄລົມເບຍ ຈົບອັນດັບ 1 ຂອງກຸ່ມ ມີ 7 ຄະແນນ ຈາກ 3 ນັດ ເຂົ້າຮອບ 32 ທີມສຸດທ້າຍ ໄປພົບກັບ ການ້າ ອັນດັບ 3 ຈາກກຸ່ມ L ຂະນະທີ ໂປຕູເກດ ມີ 5 ຈົບທີສອງຂອງກຸ່ມ ຮອບ 32 ທີມສຸດທ້າຍ ໄປພົບກັບ ໂຄຣເອເຊຍ (ໂຄຣອາຊີ) ອັນດັບ 3 ບານໂລກຄັ້ງຜ່ານມາ ຂຶ່ງຈັບອັນດັບທີ 2 ຂອງກຸ່ມ L








