ຕະຫລາດນັກເຕະໃນ ພຣີມ້ຽມລີກ ເດືອດຕໍ່ເນື່ອງ! ແມນຊິຕີ້ ປິດດິລ ເອລເລີຍຕ ແອນເດອຣ໌ສັນ ເປັນທີ່ຮຽບຮ້ອຍເເລ້ວ, ສ່ວນແມນຢູ ຕຽມຫາຕົວເເທນ ອູກາເຕ້ ຫາກຍ້າຍທີມ, ແລະໃນຂະນະທີ່ “ ຄິງ ຄາຊູ” ສ້າງຕຳຕໍ່ດ້ວຍການຂະຫຍາຍສັນຍາຄ້າເເຂງໃນໄວອາຍຸ 59ປີ
ແມນຊິຕີ້ ບັນລຸຂໍ້ຕົກລົງຄວ້າໂຕ ເອລເລຍ ແອນເດີຣ໌ສັນ ຈາກ ຟຣໍເຣສຕ໌ ເປັນທີ່ຮຽບຮ້ອຍແລ້ວ ໂດຍຄ່າໂຕປະມານ 116 ລ້ານປອນ (ປະມານ3,391,840,000,000ຕື້ກີບ) ແລະຈະກວດຮ່າງກາຍຢູ່ ສາຫາລັດອາເມລິກາ ທຸກໆອາທິດ.
ໃນຂະນະທີ່ ອາເຊ່ນອລ ຈັດການຊື້ຂາດ ປິເອໂຣ່ ອິນກາປິເອ້ ຈາດ ເລເວີຣ໌ຄູເຊ່ນ ຫລັງໄດ້ມີເຮັດຜົນງານດີສຸດຍອດໃນຊ່ວງຢືມໂຕ ເມື່ອ ລະດູການທີ່ຜ່ານມາ.
ສ່ວນດ້ານ ຄາຊູໂຍຊິ ມິອຸຣະ ລາວກະສຽນບໍ່ຍອມລາວຕັດສິນໃຈຂະຫຍາຍສັນຍາຢືມໂຕກັບ ຟຸກຸຊິມະ ຢູ່ໄນເຕັດ 1 ລະດູການ ທັ່ງທີຕອນນີ້ລາວຄວນກະສຽນ ເພາະລາວມີອາຍຸ 59 ປີແລ້ວ
ອັນເດຣ ໂອນານາ ກຳລັງກຽມຍ້າຍຈາກ ແມນເຊັດເຕີ້ຢູນິເຕັດ ກັບໄປເຝົ້າເສົ້າໃຫ້ ເເທັບຊອນສະເປີ ດ້ວຍສັນຍາຢືມຕົວອີກຄັ້ງຈາກ Manchester United ຫຼັງຈາກທັງສອງສະໂມສອນບັນລຸຂໍ້ຕົກລົງດ້ວຍວາຈາເປັນທີ່ຮຽບຮ້ອຍເເລ້ວວ່າ ສະໂມສອນຕຸລະກີຈະຈ່າຍຈ່າຢືມໂຕໃຫ້ກັບ Manchester United.








